-
@ Odysnow
2025-05-12 14:38:11⚖️ຢ່າລືມສິ່ງທີ່ເຄີຍເກີດຂຶ້ນ ຮອດຊ່ວງທີ່ມີການປ່ຽນແປງລະບົບການເງິນຈາກລະບົບເງິນເກົ່າ ສູ່ລະບົບເງິນໃໝ່ມັນເຮັດໃຫ້ຄົນທີ່ລວຍກາຍເປັນຄົນທຸກໄດ້ເລີຍ ນ້ຳພັກນ້ຳແຮງທີ່ສະສົມມາດ້ວຍຄວາມເມື່ອຍແຕ່ບໍ່ສາມາດແລກເປັນເງິນລະບົບໃໝ່ໄດ້ທັງໝົດ ຖືກຈຳກັດຈຳນວນທີ່ກົດໝາຍວາງອອກມາໃຫ້ແລກ ເງິນທີ່ເຫຼືອນັ້ນປຽບຄືດັ່ງເສດເຈ້ຍ ເພາະມັນບໍ່ມີຢູ່ໃສຮັບອີກຕໍ່ໄປເພາະກົດໝາຍຈະນຳໃຊ້ສະກຸນໃໝ່ ປະຫວັດສາດເຮົາມີໃຫ້ເຫັນວ່າ ແລະ ເຄີຍຜ່ານມາແລ້ວຢ່າໃຫ້ຄົນລຸ້ນເຮົາຊຳ້ຮອຍເກົ່າ.
🕰️ຄົນທີ່ມີຄວາມຮູ້ ຫຼື ໃກ້ຊິດກັບແຫຼ່ງຂໍ້ມູນຂ່າວສານກໍຈະປ່ຽນເງິນທີ່ມີຢູ່ເປັນສິນສັບບໍ່ວ່າຈະເປັນທີ່ດິນ ແລະ ທອງຄຳທີ່ສາມາດຮັກສາມູນລະຄ່າໄດ້ເຮັດໃຫ້ເຂົາຍັງຮັກສາຄວາມມັ້ງຄັ້ງໃນລະບົບໃໝ່ໄດ້.
🕰️ໃຜທີ່ຕ້ອງການຈະຍ້າຍປະເທດກໍ່ຈະໃຊ້ສິ່ງທີ່ເປັນຊື່ກາງໃນການແລກປ່ຽນເປັນທີ່ຍ້ອມຮັບຫຼາຍນັ້ນກໍຄືທອງຄຳ ປ່ຽນຈາກເງິນລະບົບເກົ່າເປັນທອງຄຳເພື່ອທີ່ສາມາດປ່ຽນທອງຄຳເປັນສະກຸນເງິນທ້ອງຖິ່ນຢູ່ປະເທດປາຍທາງໄດ້.
🕰️ຈາກຜູ້ດີເມື່ອກ່ອນກາຍເປັນຄົນທຳມະດາຍ້ອນສັບສິນທີ່ມີ ບໍ່ສາມາດສົ່ງຕໍ່ສູ່ລູກຫຼານໄດ້. ການເກັບອອມເປັນສິ່ງທີ່ດີ ແຕ່ຖ້າໃຫ້ດີຕ້ອງເກັບອອມໃຫ້ຖືກບ່ອນ ຄົນທີ່ຮູ້ທັນປ່ຽນເງິນທີ່ມີຈາກລະບົບເກົ່າໄປສູ່ທອງຄຳ ເພາະທອງຄຳມັນເປັນສາກົນ.
ໃຜທີ່ເຂົ້າໃຈ ແລະ ມອງການໄກກວ່າກໍ່ສາມາດຮັກສາສິນສັບສູ່ລູກຫຼານໄດ້ ເກັບເຈ້ຍໃນປະລິມານທີ່ພໍໃຊ້ຈ່າຍ ປ່ຽນເຈ້ຍໃຫ້ເປັນສິ່ງທີ່ຮັກສາມູນລະຄ່າໄດ້ແທ້ຈິງ.🕰️ເຮົາໂຊກດີທີ່ເຄີຍມີບົດຮຽນມາແລ້ວ ເກີດຂຶ້ນຈິງໃນປະເທດເຮົາບໍ່ໄດ້ຢາກໃຫ້ທັງໝົດແຕ່ຢາກໃຫ້ສຶກສາ ແລະ ຕັ້ງຄຳຖາມວ່າທີ່ຜ່ານມາມັນເປັນແບບນີ້ແທ້ບໍ່ ເງິນທີ່ລັດຄວາມຄຸມ ເງິນປະລິມານບໍ່ຈຳກັດ ການໃຊ້ກົດໝາຍແບບບັງຄັບ. ຖ້າຄອບຄົວຫຼືຄົນໃກ້ໂຕທີ່ຍູ່ໃນຊ່ວງເຫດການນັ້ນແຕ່ຕັດສິນໃຈຜິດພາດທີ່ບໍ່ປ່ຽນເຈ້ຍເປັນສິນສັບ. ນີ້ແມ່ນໂອກາດທີ່ຈະແກ້ໄຂຂໍ້ຜິດພາດນັ້ນໂດຍຫັນມາສຶກສາເງິນແທ້ຈິງແລ້ວແມ່ນຍັງກັນແທ້ ເວລາມີຄ່າສຶກສາບິດຄອຍ.
fiatcurrency #bitcoin #gold #history #paymentsolutions #laokip #laostr